ສພຂ-ຄໍາມ່ວນ-ຫີນບູນ

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ.

ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.    ທີ່ເມືອງຫີນບູນ ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ […]

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ. Read More »

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ

ໃນລະຫວ່າງວັນທີ 16-23 ທັນວາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ( ຮອງປະທານ ຄປຈ ສພຂ ຄຳມ່ວນ ), ພ້ອມດ້ວຍ ບັນດາທ່ານກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຕິດພັນກັບການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ, ຢູ່ 5 ເມືອງຄື: ເມືອງຫີນບູນ, ຄູນຄໍາ, ນາກາຍ, ຍົມມະລາດ ແລະ ເມືອງມະຫາໄຊ, ໂດຍໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.   ການ ເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ວຽກງານຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານຂອງບັນດາເມືອງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາ 11

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ Read More »

ຮອງປະທານ ຄປຈ ສພຂ ຄຳມ່ວນ  ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານອົງການປົກຄອງເມືອງຫີນບູນ

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍ ວ່າດ້ວຍການຕິດຕາມກວດກາ ຂອງສະພາປະຊາຊົນຂັ້ນແຂວງ. ໃນວັນທີ 16-17 ທັນວາ 2024, ທີ່ເມືອງຫີນບູນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ( ຮອງປະທານ ຄປຈ ສພຂ ຄຳມ່ວນ ), ພ້ອມດ້ວຍ ກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ມີບັນດາທ່ານ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຕິດພັນກັບການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ພ້ອມດ້ວຍບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ. ໃນການ ເຄື່ອນໄຫວຕິດຕາມກວດກາຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ

ຮອງປະທານ ຄປຈ ສພຂ ຄຳມ່ວນ  ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານອົງການປົກຄອງເມືອງຫີນບູນ Read More »

Scroll to Top