ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງ, ຄຸ້ມຄອງນຳໃຊ້ເວັບໄຊສ ຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ການເຂົ້າເຖິງເຄື່ອຄ່າຍພາຍໃນສະພາແຫ່ງຊາດ.
ໃນລະຫວ່າງວັນທີ 6-8 ສິງຫາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງ, ຄຸ້ມຄອງນຳໃຊ້ເວັບໄຊສ ຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ການເຂົ້າເຖິງເຄື່ອຄ່າຍພາຍໃນສະພາແຫ່ງຊາດ ໃຫ້ແກ່ພະນັກງານຂະແໜງການຂອງ ສະພາປະຊາຊົນຂັ້ນແຂວງ, ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ຄະນະເລຂາທິການ, ວິທະຍາກອນຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ທ່ານ ຕີຕ້າ ດາລາສຸກ ວິທະຍາກອນຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ ກອງປະຊຸມ ໄດ້ຮຽນຮູ້ກ່ຽວກັບການສ້າງ ແລະ ຄຸ້ມຄອງນຳໃຊ້ເວັບໄຊສ ສະພາປະຊາຊົນແຂວງຄໍາມ່ວນ, ການຕິດຕັ້ງ wordPress, ການບໍລິຫານຈັດການເວັບໄຊສ, ການປັບແຕ່ງ ແລະ ແກ້ໄຂໜ້າເວັບໄຊສ, ການບໍລິຫານຈັດການ hosting- ການ backup ຂໍ້ມູນເວັບໄຊສ ແລະ ກອງປະຊຸມຍັງໄດ້ຮັບຟັງການສະເໜີວິທີການສະໝັກການນຳໃຊ້ລະບົບເຄືອຂ່າຍພາຍໃນສະພາແຫ່ງຊາດ, ການເຂົ້າເຖິງ ແລະ ຊອກຫາເອກະສານ ແລະ ນິຕິກຳຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ […]











