ກອງປະຊຸມໃຫ່ຍສະຫະພັນແມ່ຍິງຮາກຖານ ສພຂ ຄໍາມ່ວນ.
ຕອນບ່າຍຂອງວັນທີ 26 ມິຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III, ໂດຍການເປັນປະທານຂອງ ທ່ານ ນາງ ສາທິດ ຈັນສີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສຸດທິລົມ ສຸລິວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີປະທານກຳມະບານຮາກຖານ, ເລຂາໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ແລະ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 35 ທ່ານ, ຊາຍ 12 ທ່ານ. ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ, ຕະຫຼອດໄລຍະຜ່ານມາ ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ – ແນວຄິດເປັນບັນຫາສໍາຄັນ ເພື່ອສຶກສາອົບຮົມໃຫ້ສະມາຊິກໃນຮາກຖານມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຮັກສາໄດ້ມູນເຊື້ອຮັກຊາດ, ມູນເຊື້ອຂະຫຍັນພຽນ, ອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, […]
ກອງປະຊຸມໃຫ່ຍສະຫະພັນແມ່ຍິງຮາກຖານ ສພຂ ຄໍາມ່ວນ. Read More »






