ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ.
ວັນທີ 7 ກໍລະກົດ 2025 ທີ່ເມືອງຄູນຄຳ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກ່າວຕ້ອນຮັບໂດຍ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ຫ້ອງວ່າການແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ. ທ່ານ ບຸນມີ ພິມມະສອນ ໄດ້ມີຄຳເຫັນກ່າວເປີດວ່າ: ວຽກງານການສົ່ງເສີມ ກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍໃນສະ ຖານທີ່ເຮັດວຽກ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບການສ້າງອົງກອນໃຫ້ມີຄວາມເທົ່າທຽມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໄດ້ຢ່າງມີປະສິດທິພາບ ໃນຫຼາຍພາກສ່ວນ ອະຄະຕິ, ສັນຍາລັກອໍານາດທີ່ບໍ່ເທົ່າທຽມ ແລະ ແບບແຜນປະເພນີດັ້ງເດີມ […]
ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ. Read More »











