ຂ່າວການເຄືອນໄຫວ-ສພຂ

ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ປະເພດ 5 ແລະ ປະເພດ 6.

     ໃນວັນທີ 15 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ຕໍາແໜ່ງບໍລິຫານປະເພດ 5 ແລະ ປະເພດ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມ ມີຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ.     ກອງປະຊຸມ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນປະເມີນຕາມ 3 ເນື້ອໃນເຊັ່ນ: ດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມາດຕະຖານວັດແທກດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ແລະ ມາດຕະຖານດ້ານຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ. ເຊິ່ງພະນັກງານ-ລັດຖະກອນທຸກໆທ່ານ ຈະໄດ້ໃຫ້ຄະແນນ ພ້ອມທັງຜ່ານບົດປະເມີນຂອງຕົນເອງ ເພື່ອໃຫ້ໝູ່ຄະນະຕີລາຄາປະກອບຄໍາຄິດຄໍາເຫັນ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທັງນີ້ ກໍ່ເພື່ອຕີລາຄາ ແລະ ປະເມີນຜົນຕາມມາດຕະຖານວັດແທກ, ຊອກໃຫ້ເຫັນຜົນງານ, ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຊອກໃຫ້ເຫັນຂໍ້ດີ ແລະ […]

ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ປະເພດ 5 ແລະ ປະເພດ 6. Read More »

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ

ໃນວັນທີ 10 ຕຸລາ 2024 ສະມາຊິກຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ ມິດຕະພາບຮ່ວມ ກັບ ສະມາຊິກຊາວໜຸ່ມພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງຄໍາມ່ວນ, ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດຂອງພັກກໍ່ຄື: ວັນປະກາດ ເອກະລາດ ສປປ ລາວ ຄົບຮອບ 79 ປີ ຢ່າງສຸດໃຈ 12 ຕຸລາ 1945 – 12 ຕຸລາ 2024 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ Read More »

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ.

ໃນວັນທີ 3 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມ ວຽກງານຄະນະເລຂາທິສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນ ທ້າຍປີ 2024 ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ຕະຫລອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສະຫຼຸບຕີລາຄາຄືນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນທ້າຍປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ໃນການເຮັດທີ່ຕາມພາລະບົດບາດ, ສິດ ແລະ

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ. Read More »

ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.

  ວັນທີ 27 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເກັບກຳຂໍ້ມູນເພື່ອສະໝອງໃຫ້ແກ່ການຄົ້ນຄວ້າບົດວິທະຍາສາດ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບໍ ຫານປະເສີດ ຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນິຕິກໍາ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ບັນດາປະທານ/ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້, ເພື່ອເກັບກໍາຂໍ້ມູນ ແລະ ລະດົມຄໍາຄິດຄໍາເຫັນ ເຂົ້າໃສ່ຫົວຂໍ້, ໂຄງຮ່າງ ຂອງບົດຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັງເປັນການສະໜອງຂໍ້ມູນ-ຂ່າວສານ ໃນການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ກອງປະຊຸມໄດ້ຮັບ ຟັງຫົວຂໍ້ບົດຄົ້ນຄວ້າວິທະຍາສາດ ປະກອບມີ: ຮ່າງບົດ ການພົວພັນປະສານງານລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບບັນດາອົງການປົກຄອງຂັ້ນທ້ອງຖິ່ນ; ຮ່າງບົດ ກົງຈັກທີ່ເປັນເສນາທິການໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;

ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ. Read More »

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024.

   ລະຫວ່າງວັນທີ 18-19 ກັນຍາ 2024 ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍຄະນະທີມງານໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2024, ຢູ່ທີ່ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານ ຄະນະປະທານສານປະຊາຊົນແຂວງ, ຄະນະຫົວໜ້າອົງການໄອຍະການປະຊາຊົນແຂວງ, ຄະນະພະແນກຍຸຕິທຳແຂວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.       ການລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຄັ້ງນີ້ ທ່ານຮອງປະທານ, ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າຂອງ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ; ເປັນຕົ້ນ: ການດຳເນີນຄະດີຂອງສານ ຂັ້ນຕົ້ນ, ຂັ້ນອຸທອນ; ວຽກງານຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024. Read More »

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ.

    ຕອນເຊົ້າຂອງວັນທີ 19 ກັນຍາ 2024 ທີ່ພະແນກຍຸຕິທຳແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ພະແນກຍຸຕິທຳແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເຮັດວຽກຂອງ ທ່ານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຄະນະຫ້ອງການຍຸຕິທຳເມືອງທ່າແຂກ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານຂອງພະແນກຍຸຕິທຳເຂົ້າຮ່ວມ.   ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້: ທ່ານ ຮອງປະທານ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າ, ຈາກ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າພະແນກຍຸຕິທຳແຂວງ ໂດຍໄດ້ຊີ້ໃຫ້ເຫັນເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ: ວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ,

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ. Read More »

ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ.

    ໃນຕອນບ່າຍຂອງວັນທີ 18 ກັນຍາ 2024 ທີ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາ      ປະຊາຊົນ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ແລະ ພະນັກງານອົງການໄອຍະການປະຊາຊົນແຂວງເຂົ້າຮ່ວມ.     ໃນວາລະກອງປະຊຸມ ທ່ານ ຄໍາແດງ ສີບຸນເຮືອງ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງການແຜນໃນຕໍ່ໜ້າຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນເປັນຕົ້ນ: ວຽກງານຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ; ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ; ຕິດຕາມກວດກາການປະຕິບັດສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ;

ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ. Read More »

ປະທານ (ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ສານປະຊາຊົນແຂວງຄໍາມ່ວນ

    ໃນຕອນເຊົ້າຂອງວັນທີ 18 ກັນຍາ 2024 ທີ່ສານປະຊາຊົນແຂວງຄໍາມ່ວນ ທ່ານ ຄໍາສຸກ ວັນທະວົງສາ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ( ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ສານປະຊາຊົນແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ໜູການ ສຸວັນນະລາດ ຮອງປະທານສານປະຊາຊົນແຂວງຄໍາມ່ວນ, ມີຜູ້ພິພາກສາ, ຜູ້ຊ່ວຍພິພາກສາ, ສານປະຊາຊົນເຂດ 1 ແລະ ພະນັກງານຂອງສານປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.     ທ່ານ ໜູການ ສຸວັນນະລາດ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບລວມຂອງສານປະຊາຊົນແຂວງຄໍາມ່ວນ ໂດຍໃຫ້ຮູ້ວ່າ: ສານປະຊາຊົນແຂວງມີກົງຈັກການຈັດຕັ້ງ ມີ 06 ຄະນະສານ 01 ຫ້ອງການ 01 ຂະແໜງ ແລະ ສານເຂດ

ປະທານ (ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ສານປະຊາຊົນແຂວງຄໍາມ່ວນ Read More »

ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານການພັດທະນາຂະຫຍາຍໂຄງລ່າງພຶ້ນຖານທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ, ມີ ຫົວໜ້າດ່ານພາສີ, ຄະນະດ່ານເຂົ້າຮ່ວມ.      ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງວຽກງານຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ

ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ. Read More »

(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ.

    ໃນວັນທີ 16 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ແຂວງຄໍາມ່ວນ.   ໂອກາດດັ່ງກ່າວ, ທ່ານ ປອ. ເກດແກ້ວ ສີຫາລາດ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້; ຈາກນັ້ນ, ໄດ້ຈັດກອງປະຊຸມການຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ)

(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ. Read More »

Scroll to Top