Uncategorized

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.

ຕອນເຊົ້າຂອງວັນທີ 22 ເມສາ 2025ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໂດຍການເປັນປະທານຂອງ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີຄະນະໜ່ວຍພັກ, ບັນດາສະຫາຍທີ່ຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ – ລັດແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ໃນພິທີສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 20/ຄປຈ. ລົງວັນທີ 6 ກຸມພາ 2025 ວ່າດ້ວຍການຮັບຮອງເອົາໜ່ວຍພັກຮາກຖານສະພາປະຊາຊົນແຂວງຄໍາມ່ວນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ […]

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024. Read More »

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8

ຕອນເຊົ້າຂອງວັນທີ 23 ມັງກອນ 2025 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານຄະນະປະທານ, ທ່ານເຈົ້າແຂວງຄຳມ່ວນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈາກ 10 ເມືອງ, ເຈົ້າເມືອງ, ບັນດາທ່ານພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.   ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຫົວໜ້າກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານບົດລາຍງານ ການສັງລວມ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບການພິຈາລະນາ ຮັບຮອງ ບັນຫາສໍາຄັນພື້ນຖານ ຂອງແຂວງ ປະຈໍາປີ 2024 ໂດຍຜ່ານກອງປະຊຸມສາມັນ,

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8 Read More »

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ

  ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໃນຕອນບ່າຍວັນທີ 22 ມັງກອນນີ້, ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ; ຫຼັງຈາກຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ສານປະຊາຊົນແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປີ 2025 ຈາກທ່ານ ອຸດອນ ແກ້ວນາວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ທ່ານ ທອງເພັດ ຜຸຍຍະວົງ ປະທານສານປະຊາຊົນແຂວງຄຳມ່ວນ ຕາມວາລະດຳເນີນກອງປະຊຸມ ,ຈາກນັ້ນ, ທ່ານ ຄຳສຸກ ວັນທະວົງສາ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ສອງບົດລາຍງານດັ່ງກ່າວ ໂດຍສະເໜີບາງມາດຕະການເພີ່ມຕື່ມເພື່ອຮັບປະກັນໃຫ້ທິດທາງແຜນການໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້ດັ່ງນີ້: ຕໍ່ວຽກງານອົງການໄອຍະການປະຊາຊົນແຂວງ 1.ຄະນະພັກ – ຄະນະນໍາ ຂອງ ອົງການໄອຍະການປະຊາຊົນແຂວງ ນໍາພາ-ຊີ້ນໍາ ການຈັດຕັ້ງໃນການຜັນຂະຫຍາຍທິດທາງແຜນການ ປີ 2025 ໃຫ້ເປັນແຜນການ, ແຜນງານອັນລະອຽດ, ຕິດຕາມຊຸກຍູ້ ອົງການໄອຍະການປະຊາຊົນແຂວງ

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ Read More »

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ

   ຕອນເຊົ້າວັນທີ 22 ມັງກອນ 2025, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ຮັບຟັງບົດລາຍງານຂອງອົງກວດສອບປະຈຳພາກກາງ2 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023 ແລະ ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງ ປີ 2024, ຈາກທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈຳພາກກາງ 2; ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ແລະ ລາຍງານຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານ ປະຈຳປີ 2022 ແລະ ແຜນການກວດກາຕາມຜົນກວດສອບແຜນງົບປະມານຂອງແຂວງ ປີ 2023, ຈາກທ່ານ ຄຳສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ; ຈາກນັ້ນ, ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ,

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ Read More »

ເສດຖະກິດຂອງແຂວງຄໍາມ່ວນສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.452 ຕຶ້ກີບ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 21 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດວ່າ : ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫຼື ເທົ່າກັບ 2.469 ໂດລາສະຫະລັດ, ໃນນີ້ຂະແໜງກະສີກໍາຂະຫຍາຍຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສະຫະກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP

ເສດຖະກິດຂອງແຂວງຄໍາມ່ວນສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.452 ຕຶ້ກີບ Read More »

ສູນທອນພົດຂອງປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

    ໃນພິທີເປີດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະປະຊາຊົນລາວບັນດາເຜົ່າຊາວແຂວງຄຳມ່ວນ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ X ໄລຍະທ້າຍສະໄໝ, ມະຕິກອງປະຊຸມເປີດກ້ວາງຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານພັກແຂວງ ສະໄໝທີ X, ແລະ ພວມຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ IX ໃຫ້ເປັນຮູບປະທໍາ, ພ້ອມກັນນັ້ນ ຍັງສືບຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ

ສູນທອນພົດຂອງປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II Read More »

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ

ໃນວັນທີ 10 ຕຸລາ 2024 ສະມາຊິກຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ ມິດຕະພາບຮ່ວມ ກັບ ສະມາຊິກຊາວໜຸ່ມພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງຄໍາມ່ວນ, ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດຂອງພັກກໍ່ຄື: ວັນປະກາດ ເອກະລາດ ສປປ ລາວ ຄົບຮອບ 79 ປີ ຢ່າງສຸດໃຈ 12 ຕຸລາ 1945 – 12 ຕຸລາ 2024 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ Read More »

Scroll to Top