August 16, 2024

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ.

      ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 16 ສິງຫາ 2024 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ, ໄດ້ຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຢູ່ທີ່ບ້ານດົງໄຕ້, ເມືອງ ທ່າແຂກ. ໂດຍການໃຫ້ກຽດພາທາງຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ມີບັນດາກົມທີ່ກ່ຽວຂ້ອງ ແລະ ຂະແໜງການ ຂັ້ນແຂວງຮ່ວມຕິດຕາມ.    ໃຫ້ກຽດຕ້ອນຮັບຄະນະຄັ້ງນີ້ ໂດຍ ທ່ານ ເຈິ້ງ ໂຢເຢ້ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ພ້ອມດ້ວຍ ຄະນະອໍານວຍການ ແລະ ພະນັກງານບໍລິສັດ, ໃນການພົບປະຢ້ຽມຢາມ ຮອງປະທານສະພາແຫ່ງຊາດ ແລະ ຄະນະ ແມ່ນໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນເກືອໂປຕາສ, […]

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ. Read More »

ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຕິດຕາມກວດກາວຽກງານຢູ່ແຂວງຄໍາມ່ວນ.

   ໃນລະຫວ່າງວັນທີ 16-17 ສິງຫາ 2024 ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ປະເມີນຄືນ ຜົນການຈັດຕັ້ງປະຕິບັດການດໍາເນີນງານ ຂອງບັນດາໂຄງການລົງທຶນພັດທະນາເຂື່ອນໄຟຟ້າພະລັງງານນໍ້າ ພາຍໃນແຂວງຄໍາມ່ວນ, ເຂົ້າຮ່ວມຕິດຕາມກວດກາ ແລະ ເຮັດວຽກໂດຍມີ ທ່ານ ນາງ ສາທິດ ຈັນສີ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.   ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້: ເພື່ອຕິດຕາມກວດກາ ປະເມີນຄືນການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກໍາ ແລະ ລະບຽບການທີ່ກ່ຽວ ຂ້ອງ ທີ່ຕິດພັນກັບການພັດທະນາໂຄງການ; ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານເຕັກນິກການກໍ່ສ້າງເຂື່ອນ ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ສິ່ງແວດລ້ອມ ທີ່ຢູ່ອາໃສລຸ່ມເຂື່ອນ; ຕິດຕາມກວດກາບັນດາໂຄງການ ກ່ຽວກັບປະສິດທິພາບທາງດ້ານເສດຖະກິດ,

ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຕິດຕາມກວດກາວຽກງານຢູ່ແຂວງຄໍາມ່ວນ. Read More »

Scroll to Top