ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແຮ່ກົ່ວ ທີ່ບໍ່ແໜ່ງ-ບໍ່ໂພນຕີ້ວ.
ວັນທີ 17 ສິງຫາ 2024 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ພ້ອມດວ້ຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍສົມທົບ ກັບຂະແໜງການທີ່ກ່ຽວຂ້ອງທຸກຂັ້ນ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບັນດາບໍລິສັດ ທີ່ຂຸດຄົ້ນ ແຮ່ກົ່ວ ຢູ່ບໍ່ແໜ່ງ-ບໍ່ໂພນຕີ້ວ ເມືອງຫີນບູນ ແຂວງຄໍາມ່ວນ. ໂອກາດການເຄື່ອນໄຫວ ຮອງປະທານສະພາແຫ່ງຊາດ ແລະ ຄະນະ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນ ຂອງຜູ້ປະກອບການທຸລະກິດ ທີ່ດໍາເນີນການຂຸດຄົ້ນແຮ່ກົ່ວ ຢູ່ທີ່ບໍ່ແໜ່ງ-ບໍ່ໂພນຕິ້ວ, ປັດຈຸບັນມີຈໍານວນທັງໝົດ 22 ບໍລິສັດ, ໃນນັ້ນໂຄງການຂຸດຄົ້ນປົກກະຕິມີ 18 ບໍລິສັດ ແລະ ອີກ 4 ບໍລິສັດເປັນການຂຸດຄົ້ນທົດລອງ, ບັນດາໂຄງການດັ່ງກ່າວ ສ່ວນຫຼາຍແມ່ນຂັ້ນສູນກາງອະນຸມັດ, ພ້ອມດຽວກັນ ຍັງໄດ້ຮັບຟັງລາຍງານການຄຸ້ມຄອງ ສະພາບບັນຫາດ້ານສິ່ງແວດລ້ອມ ເປັນຕົ້ນແມ່ນ: ບັນຫາການຈັດການອ່າງຮາງແຮ່ ແລະ ການຂຸດຄົ້ນຕ່າງໆ ທີ່ສົງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ-ສັງຄົມ, […]


