ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ.
ວັນທີ 22 ສິງຫາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ໂດຍສະຫາຍ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ຮັບໂດຍ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະໜ່ວຍພັກ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ/ສໍາຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີສະຫາຍ ນາງ ສາທິດ ຈັນສີ ຮອງເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 51/ຄປຈ. ລົງວັນທີ 27 ກຸມພາ 2024 […]


