ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ.
ໃນຕອນບ່າຍວັນທີ 15 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫຼິວ ຢົງກາງ ຜູ້ອໍານວຍການໃຫຍ່ ບໍລິສັດ ອາຊີ-ໂປຕາສາກົນລາວ ຈຳກັດ. ພ້ອມທັງໄດ້ລາຍງານຕໍ່ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຮັບຊາບວ່າ: ອາຊີ-ໂປຕາສສາກົນ ໄດ້ຢຶດຖືວິໄສທັດ ໃນການພັດທະນາຢູ່ ສປປ ລາວ ໃນໄລຍະຍາວ ໂດຍປະຕິບັດວິໄສທັດການພັດທະນາຄື: 1. ການເຄົາລົບນັບຖື, 2. ການປະສານກົມກຽວ, 3. ເຮັດແທ້ທຳຈິງ, 4. ມີໄຊຊະນະຮ່ວມກັນ ແລະ ນໍາໃຊ້ການປະຕິບັດຕົວຈິງ ເພື່ອສະແດງເຖິງຄວາມຮັບຜິດຊອບຂອງວິສາຫະກິດ, ຄຽງຄູ່ກັບການພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ທາງບໍລິສັດກໍ່ໄດ້ສະເໜີແນວຄວາມຄິດການພັດທະນານິຄົມອຸດສາຫະກຳທີ່ປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນເອົາຝຸ່ນໂປຕາສເປັນຫົວເຮືອຂະຫຍາຍຕ່ອງໂສ້ການພັດທະນາແຮ່ທາດຕິດພັນ ໂດຍຜ່ານການດຶງດູດ, ສ້າງການລົງທຶນ ແລະ […]



