ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ.
(ສພຂ) – ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້, ທີ່ສະພາປະຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ ເພື່ອກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານ ຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາ ທ່ານຮອງປະທານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຮອງເຈົ້າແຂວງ, ບັນດາທ່ານ ກຳມະການ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືເຊີນເຂົ້າຮ່ວມ. ຈຸດສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ຄວາມເປັນເອກະພາບຕໍ່ກັບບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ທີ່ຈະໄດ້ໄຂຂຶ້ນໃນບໍ່ດົນຕໍ່ໜ້ານີ້, ພ້ອມນັ້ນ, ກອງປະຊຸມຍັງໄດ້ຕີລາຄາສູງ ແລະ ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ […]
ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ. Read More »


