ກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ.

ໂດຍປະຕິບັດຕາມມະຕິ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວວຽກງານຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ (ສະບັບປັບປຸງ) ເລກທີ 289/ຄປຈ.ສພຂ, ລົງວັນທີ 04 ຕຸລາ 2023; ໃນຕອນເຊົ້າຂອງວັນອັງຄານ, ວັນທີ 22 ກໍລະກົດ 2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ດຳເນີນກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມມີ ຮອງຄະນະເລຂາທິການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄຳມ່ວນເຂົ້າຮ່ວມ ທັງ 10 ຂະແໜງການ. ຈຸດປະສົງ: ຂອງກອງປະຊຸມຄັ້ງນີ້: ແມ່ນເພື່ອຮັບຟັງການລາຍງານຜົນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວວຽກງານ ປະຈຳອາທິດຕໍ່ໄປ ຂອງເດືອນ ກໍລະກົດ ນີ້, ຂອງບັນດາຂະແໜງການທີ່ຂຶ້ນກັບ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ແລະ ຂະແໜງສັງກັດຄະນະກຳມະການ, ນອກນັ້ນ, ກອງປະຊຸມໄດ້ຈັດພິທີ, ມອບ-ຮັບ ວຽກງານພາຍໃນຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ໃນພິທີໄດ້ຜ່ານບົດບັນທຶກການມອບ-ຮັບ ລະຫວ່າງຜູ້ຊີ້ນຳວຽກງານ ບໍລິຫານ ແລະ […]

ກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ. Read More »