ທ່ານ ພົທ. ສຸວອນ ເລືອງບຸນມີ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

  ວັນທີ 20-21 ສິງຫາ 2025ນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໂຄງການພັດທະນາທີ່ສົ່ງຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ.   ທ່ານຮອງປະທານສະພາແຫ່ງຊາດ ໄດ້ຮ່ວມເຮັດວຽກກັບທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ ເພື່ອສະເໜີຈຸດປະສົງໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດ ທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະ ຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມຢູ່ແຂວງຄຳມ່ວນ.   ໃນການເຄື່ອນໄຫວວຽກງານ, ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຂອງ ເມືອງຫີນ […]

ທ່ານ ພົທ. ສຸວອນ ເລືອງບຸນມີ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ Read More »