ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະພາປະຊາຊົນແຂວງຄຳມ່ວນ
ໃນຕອນເຊົ້າວັນທີ 22 ສິງຫາ 2025, ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານ ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ແລະ ພະນັກງານສະພາປະຊາຊົນແຂວງຄຳມ່ວນ. ກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍສັງເຂບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 3 ພາລະບົດບາດຕົ້ນຕໍຄື: ດ້ານການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ; ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ […]
ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະພາປະຊາຊົນແຂວງຄຳມ່ວນ Read More »


