August 14, 2025

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນຂອງຊາດ.

ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດປາຖະກາຖາໂດຍທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ.     ທ່ານ ບົວພັນ ແສງຈັນ ໄດ້ຫວນຄືນປະຫວັດ ແລະ ຜົນງານທີ່ພົ້ນເດັ່ນຂອງທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ ຫຼວງພະບາງ, ຊັ້ນມັດທະຍົມຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຢ່າງພິລະອາດຫານ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ […]

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນຂອງຊາດ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຮັບສະມາຊິກພັກສໍາຮອງຂຶ້ນສະມາຊິກພັກສົມບູນ

ວັນທີ 14 ສິງຫາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີ ຮັບສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ  ໂດຍການເປັນປະທານຂອງສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.     ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຄໍາມ່ວນ ສະບັບເລກທີ 216, 217 ແລະ 218  ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຈຳນວນ  3  ສະຫາຍ, ຍິງ  1 ສະຫາຍ. ໂອກາດດັ່ງກ່າວນີ້ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ໃຫ້ແກ່ບັນດາສະຫາຍ ຜູ້ທີ່ ໄດ້ຮັບການອະນຸມັດ ເລື່ອນຈາກສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ. ຕອນທ້າຍຂອງພິທີ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນເຂົ້າສະມາຊິກພັກສົມບູນ ກ່ອນອຶ່ນທ່ານ

ສະພາປະຊາຊົນແຂວງຄຳມ່ວນ ຮັບສະມາຊິກພັກສໍາຮອງຂຶ້ນສະມາຊິກພັກສົມບູນ Read More »

Scroll to Top