ຂ່າວເດັ່ນ

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນປະຫວັດສາດຂອງຊາດ.

ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດປາຖະກາຖາຂອງທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ. ໃນພິທີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງລັດຖະທຳມະນູນໂດຍສະເພາະແມ່ນ ສະພາບແວດລ້ອມແຫ່ງການກຳເນີດ ລັດຖະທຳມະນູນຂອງ ສປປ ລາວ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ພັກໄດ້ວາງແນວທາງ ແລະ ນຳພາປະຊາຊົນປະຕິບັດສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວຈິ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. […]

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນປະຫວັດສາດຂອງຊາດ. Read More »

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງໄຊບົວທອງ.

      ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 943/ຄລຂ.ຄມ, ລົງວັນທີ 20 ສິງຫາ 2024; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 26-29 ສິງຫາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງໄຊບົວທອງ. Read More »

ສະພາປະຊາຊົນແຂວງຄໍາມ່ວນປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ.

ຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ສຳນັກງານເມືອງໄຊບົວທອງແຂວງຄໍາມ່ວນ ໃນໂອກາດທີ່ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນຄໍາມ່ວນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໄດ້ຕາງໜ້າສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ ຈໍານວນ ເງິນ 3.000.000 ກີບ ແລະ ຮັບໂດຍ ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ແລະ ບັນດາຄະນະການນຳຂອງເມືອງເຂົ້າຮ່ວມ    

ສະພາປະຊາຊົນແຂວງຄໍາມ່ວນປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12), ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາພ້າວເມືອງໄຊບົວທອງ.

    ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ບຸນທະວີ ພິລາວັນ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ບ້ານນາພ້າວ ເມືອງໄຊບົວທອງ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມ ມີຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮວ່ມ. ທ່ານ ບຸນລ້ອມ ສີຊຽງໃໝ່ ນາຍບ້ານນາພ້າວ ເມືອງໄຊບົວທອງ ໄດ້ລາຍງານໂດຍສັງເຂບຂອງນາຍບ້ານ, ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດ, ມີດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

ຮອງປະທານ (ຄສຊຂ 12), ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາພ້າວເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12) ພ້ອມຄະນະ ສືບຕໍ່ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊບົວທອງ.

     ໃນວັນທີ 27 ສິງຫາ 2024 ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ໄດ້ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ 2 ຈຸດຂອງເມືອງໄຊບົວທອງ ຄືທີ່: ບ້ານ ຜາຂາດ ແລະ ບ້ານ ໜອງຜື ເຊິ່ງນໍາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍຄະນະ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 186 ເທື່ອຄົນ, ຍິງ

ຮອງປະທານ (ຄສຊຂ 12) ພ້ອມຄະນະ ສືບຕໍ່ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12) ເຄື່ອນໄຫວຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຢູ່ເມືອງໄຊບົວທອງ.

        ວັນທີ 26 ສິງຫາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ( ຄສຊຂ12) ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ບຸນທະວີ ພິລາວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຢູ່ 2 ຈຸດຂອງເມືອງໄຊບົວທອງຄືທີ່: ບ້ານປ່າກະຊະ ແລະ ບ້ານປ່າກ້ວຍໜອງບອນ, ໂດຍການເຂົ້າຮ່ວມມີ ຄະນະພັກເມືອງຜູ້ຊີ້ນຳເຂດ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 193 ເທື່ອຄົນ, ຍິງ 81

ຮອງປະທານ (ຄສຊຂ 12) ເຄື່ອນໄຫວຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຢູ່ເມືອງໄຊບົວທອງ. Read More »

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ.

    ວັນທີ 22 ສິງຫາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ໂດຍສະຫາຍ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ຮັບໂດຍ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະໜ່ວຍພັກ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ/ສໍາຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີສະຫາຍ ນາງ ສາທິດ ຈັນສີ ຮອງເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 51/ຄປຈ. ລົງວັນທີ 27 ກຸມພາ 2024

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ. Read More »

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແຮ່ກົ່ວ ທີ່ບໍ່ແໜ່ງ-ບໍ່ໂພນຕີ້ວ.

    ວັນທີ 17 ສິງຫາ 2024 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ພ້ອມດວ້ຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍສົມທົບ ກັບຂະແໜງການທີ່ກ່ຽວຂ້ອງທຸກຂັ້ນ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບັນດາບໍລິສັດ ທີ່ຂຸດຄົ້ນ ແຮ່ກົ່ວ ຢູ່ບໍ່ແໜ່ງ-ບໍ່ໂພນຕີ້ວ ເມືອງຫີນບູນ ແຂວງຄໍາມ່ວນ. ໂອກາດການເຄື່ອນໄຫວ ຮອງປະທານສະພາແຫ່ງຊາດ ແລະ ຄະນະ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນ ຂອງຜູ້ປະກອບການທຸລະກິດ ທີ່ດໍາເນີນການຂຸດຄົ້ນແຮ່ກົ່ວ ຢູ່ທີ່ບໍ່ແໜ່ງ-ບໍ່ໂພນຕິ້ວ, ປັດຈຸບັນມີຈໍານວນທັງໝົດ 22 ບໍລິສັດ, ໃນນັ້ນໂຄງການຂຸດຄົ້ນປົກກະຕິມີ 18 ບໍລິສັດ ແລະ ອີກ 4 ບໍລິສັດເປັນການຂຸດຄົ້ນທົດລອງ, ບັນດາໂຄງການດັ່ງກ່າວ ສ່ວນຫຼາຍແມ່ນຂັ້ນສູນກາງອະນຸມັດ, ພ້ອມດຽວກັນ ຍັງໄດ້ຮັບຟັງລາຍງານການຄຸ້ມຄອງ ສະພາບບັນຫາດ້ານສິ່ງແວດລ້ອມ ເປັນຕົ້ນແມ່ນ: ບັນຫາການຈັດການອ່າງຮາງແຮ່ ແລະ ການຂຸດຄົ້ນຕ່າງໆ ທີ່ສົງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ-ສັງຄົມ,

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແຮ່ກົ່ວ ທີ່ບໍ່ແໜ່ງ-ບໍ່ໂພນຕີ້ວ. Read More »

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ.

      ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 16 ສິງຫາ 2024 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ, ໄດ້ຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຢູ່ທີ່ບ້ານດົງໄຕ້, ເມືອງ ທ່າແຂກ. ໂດຍການໃຫ້ກຽດພາທາງຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ມີບັນດາກົມທີ່ກ່ຽວຂ້ອງ ແລະ ຂະແໜງການ ຂັ້ນແຂວງຮ່ວມຕິດຕາມ.    ໃຫ້ກຽດຕ້ອນຮັບຄະນະຄັ້ງນີ້ ໂດຍ ທ່ານ ເຈິ້ງ ໂຢເຢ້ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ພ້ອມດ້ວຍ ຄະນະອໍານວຍການ ແລະ ພະນັກງານບໍລິສັດ, ໃນການພົບປະຢ້ຽມຢາມ ຮອງປະທານສະພາແຫ່ງຊາດ ແລະ ຄະນະ ແມ່ນໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນເກືອໂປຕາສ,

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ. Read More »

ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຕິດຕາມກວດກາວຽກງານຢູ່ແຂວງຄໍາມ່ວນ.

   ໃນລະຫວ່າງວັນທີ 16-17 ສິງຫາ 2024 ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ປະເມີນຄືນ ຜົນການຈັດຕັ້ງປະຕິບັດການດໍາເນີນງານ ຂອງບັນດາໂຄງການລົງທຶນພັດທະນາເຂື່ອນໄຟຟ້າພະລັງງານນໍ້າ ພາຍໃນແຂວງຄໍາມ່ວນ, ເຂົ້າຮ່ວມຕິດຕາມກວດກາ ແລະ ເຮັດວຽກໂດຍມີ ທ່ານ ນາງ ສາທິດ ຈັນສີ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.   ຈຸດປະສົງໃນການເຄື່ອນໄຫວຄັ້ງນີ້: ເພື່ອຕິດຕາມກວດກາ ປະເມີນຄືນການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກໍາ ແລະ ລະບຽບການທີ່ກ່ຽວ ຂ້ອງ ທີ່ຕິດພັນກັບການພັດທະນາໂຄງການ; ຕິດຕາມກວດກາການຈັດຕັ້ງປະຕິບັດ ມາດຕະຖານເຕັກນິກການກໍ່ສ້າງເຂື່ອນ ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ສິ່ງແວດລ້ອມ ທີ່ຢູ່ອາໃສລຸ່ມເຂື່ອນ; ຕິດຕາມກວດກາບັນດາໂຄງການ ກ່ຽວກັບປະສິດທິພາບທາງດ້ານເສດຖະກິດ,

ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຕິດຕາມກວດກາວຽກງານຢູ່ແຂວງຄໍາມ່ວນ. Read More »

Scroll to Top