ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ
ຕອນເຊົ້າວັນທີ 22 ມັງກອນ 2025, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ຮັບຟັງບົດລາຍງານຂອງອົງກວດສອບປະຈຳພາກກາງ2 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023 ແລະ ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງ ປີ 2024, ຈາກທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈຳພາກກາງ 2; ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ແລະ ລາຍງານຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານ ປະຈຳປີ 2022 ແລະ ແຜນການກວດກາຕາມຜົນກວດສອບແຜນງົບປະມານຂອງແຂວງ ປີ 2023, ຈາກທ່ານ ຄຳສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ; ຈາກນັ້ນ, ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ, […]
ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ Read More »











