ຂ່າວເດັ່ນ

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ.

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 159/ຄລຂ.ຄມ, ລົງວັນທີ 30 ມັງກອນ 2025; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 3-6 ກຸມພາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2 ຄະນະ: ຄະນະທີ 1 […]

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ. Read More »

ຮອງປະທານ (ຄສຊຂ 12) ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາສອງຂັ້ນ.

    ລະຫວ່າງວັນທີ 3-6 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12), ທັງເປັນຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງຢູ່ 8 ຈຸດຂອງເມືອງເຊບັ້ງໄຟ ຄື: ບ້ານໂຄກສະຫວ່າງ, ທັບ, ນາທານ, ເຊນ້ອຍ, ທ່າຄໍ້, ທ່າຫາດ, ເວີນສະນັ່ນ ແລະ ບ້ານກະສິ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ອົງການຈັດຕັ້ງບ້ານ, ພະນັກງານ-ລັດຖະກອນ, ກຳລັງ ປກຊ-ປກສ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ, ຄູ ແລະ ນັກຮຽນ ທັງໝົດ 787 ເທື່ອຄົນ, ຍິງ

ຮອງປະທານ (ຄສຊຂ 12) ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາສອງຂັ້ນ. Read More »

ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ.

   ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ວິໄລ ພົມມະຈັກ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ ບ້ານ ນາທານ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ.    ທ່ານ ນໍແກ້ວ ທິດອຸດອນ ຮອງນາຍບ້ານນາທານ ເມືອງເຊບັ້ງໄຟ ໄດ້ລາຍງານສະພາບຈຸດພິເສດ ແລະ ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາໂດຍສັງເຂບວ່າ: ບ້ານນາທານເມືອງເຊບັ້ງໄຟ, ຫ່າງຈາກສຳນັກງານປົກຄອງເມືອງ 20 ກິໂລແມັດ ແລະ ມີເນື້ອໃນທີ່ທັງໝົດ4733 ເຮັກຕາ, ທີ່ຕັ້ງບ້ານທິດເໝືອຕິດກັບບ້ານເວີນສະນັ່ນ, ທິດໃຕ້ຕິດກັບບ້ານຊຽງໃຄ

ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ. Read More »

ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ.

    ໃນວັນທີ 3 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ (ຄສຊຂ12), ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ 2 ຈຸດຄື: ບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ, ເຂົ້າຮ່ວມມີ ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ, ຄະນະພັກເມືອງຜູ້ຊີ້ນຳເຂດ, ບັນດາທ່ານຫົວໜ້າການ, ນາຍບ້ານ, ກຳລັງປກຊ-ປກສ, ພະນັກງານ ແລະ ຕະຫຼອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ161ເທື່ອຄົນ, ຍິງ92 ເທື່ອຄົນ. ການເຄື່ອນໄຫວຄັ້ງນີ້ ທ່ານ ຮອງປະທານ (ຄສຊຂ12) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ປ໋ອງ

ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ. Read More »

ກອງປະຊຸມປະຈໍາປີ 2024 ຂອງ ຄສຊຂ12

  ວັນທີ 28 ມັງກອນ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ເປີດກອງປະຊຸມ ປະຈໍາປີ 2024 ຂອງ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ( ຄສຊຂ.12 )ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12; ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະ ແຂກຖືກເຊີນເຂົ້າຮ່ວມ.   ທ່ານ ບຸນມີ ພິມມະສອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ກໍ່ເພື່ອສະຫລຸບຕີລາຄາຄືນໃນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງ ( ຄສຊຂ.12

ກອງປະຊຸມປະຈໍາປີ 2024 ຂອງ ຄສຊຂ12 Read More »

ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

  ໃນຕອນບ່າຍວັນສຸກວັນທີ 24 ມັງກອນ 2025 ທີ່ສະໂມສອນໃຫ່ຍ 21 ມີນາ ຂອງແຂວງຄຳມ່ວນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ 10 ຕົວເມືອງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນ. ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມເປັນເວລາ 4 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນທີ່ມີຄວາມເປັນເອກະພາບສູງ ຂອງບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມກັບການປະກອບສ່ວນສໍາຄັນຂອງອົງການປົກຄອງແຂວງ

ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ Read More »

ການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ ສພຂ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ

  ເພື່ອເສີມຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບໃນການຕິດຕາມກວດກາ ຂອງ ສະພາປະຊາຊົນຂັ້ນແຂວງ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ບຸກຄະລາກອນທີ່ຖືກປະເມີນ ເຫັນໄດ້ຈຸດດີຜົນງານ, ຈຸດອ່ອນຂໍ້ຄົງຄ້າງຂອງຕົນ ໃນໄລຍະຜ່ານມາ, ວິທີປັບປຸງແກ້ໄຂ ແລະ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານສູງຂຶ້ນກວ່າເກົ່າ.   ໃນວາລະທີ 7 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ຕອນບ່າຍຂອງວັນທີ 23 ມັງກອນ 2025 ທີ່ຫ້ອງປະຊຸມໃຫ່ຍຂອງແຂວງຄຳມ່ວນໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາປະຊາຊົນແຂວງຄຳມ່ວນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ຈາກ 10 ຕົວເມືອງ ແລະ ຄະນະຮັບຜິດຊອບການປະເມີນຄວາມໄວ້ວາງໃຈເຂົ້າຮ່ວມ.   ກອງປະຊຸມໄດ້ຮັບຟັງການສະເໜີຈຸດປະສົງການປະເມີນ ຈາກປະທານສະພາປະຊາຊົນຂັ້ນແຂວງ, ຫຼັງຈາກນັ້ນ ໄດ້ຮັບຟັງລາຍງານການກະກຽມ ແລະ ດໍາເນີນວຽກງານຮອບດ້ານ ກ່ຽວກັບການປະເມີນຄວາມໄວ້ວາງໃຈ, ປະກາດລະບຽບການປະເມີນເປົ້າໝາຍທີ່ຖືກປະເມີນຄວາມໄວ້ວາງໃຈ ຈາກຄະນະຮັບຜິດຊອບການປະເມີນ. ບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ດຳເນີນການຕາມຂັ້ນຕອນຂອງການປ່ອນບັດ ເຊິ່ງເປົ່າໝາຍບຸກຄະລາກອນ ທີ່ຖືກປະເມີນຄວາມໄວ້ວາງໃຈ

ການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ ສພຂ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ Read More »

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8

ຕອນເຊົ້າຂອງວັນທີ 23 ມັງກອນ 2025 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານຄະນະປະທານ, ທ່ານເຈົ້າແຂວງຄຳມ່ວນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈາກ 10 ເມືອງ, ເຈົ້າເມືອງ, ບັນດາທ່ານພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.   ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຫົວໜ້າກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານບົດລາຍງານ ການສັງລວມ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບການພິຈາລະນາ ຮັບຮອງ ບັນຫາສໍາຄັນພື້ນຖານ ຂອງແຂວງ ປະຈໍາປີ 2024 ໂດຍຜ່ານກອງປະຊຸມສາມັນ,

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8 Read More »

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ

  ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໃນຕອນບ່າຍວັນທີ 22 ມັງກອນນີ້, ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ; ຫຼັງຈາກຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ສານປະຊາຊົນແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປີ 2025 ຈາກທ່ານ ອຸດອນ ແກ້ວນາວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ທ່ານ ທອງເພັດ ຜຸຍຍະວົງ ປະທານສານປະຊາຊົນແຂວງຄຳມ່ວນ ຕາມວາລະດຳເນີນກອງປະຊຸມ ,ຈາກນັ້ນ, ທ່ານ ຄຳສຸກ ວັນທະວົງສາ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ສອງບົດລາຍງານດັ່ງກ່າວ ໂດຍສະເໜີບາງມາດຕະການເພີ່ມຕື່ມເພື່ອຮັບປະກັນໃຫ້ທິດທາງແຜນການໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້ດັ່ງນີ້: ຕໍ່ວຽກງານອົງການໄອຍະການປະຊາຊົນແຂວງ 1.ຄະນະພັກ – ຄະນະນໍາ ຂອງ ອົງການໄອຍະການປະຊາຊົນແຂວງ ນໍາພາ-ຊີ້ນໍາ ການຈັດຕັ້ງໃນການຜັນຂະຫຍາຍທິດທາງແຜນການ ປີ 2025 ໃຫ້ເປັນແຜນການ, ແຜນງານອັນລະອຽດ, ຕິດຕາມຊຸກຍູ້ ອົງການໄອຍະການປະຊາຊົນແຂວງ

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ Read More »

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ

   ຕອນເຊົ້າວັນທີ 22 ມັງກອນ 2025, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ຮັບຟັງບົດລາຍງານຂອງອົງກວດສອບປະຈຳພາກກາງ2 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023 ແລະ ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງ ປີ 2024, ຈາກທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈຳພາກກາງ 2; ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ແລະ ລາຍງານຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານ ປະຈຳປີ 2022 ແລະ ແຜນການກວດກາຕາມຜົນກວດສອບແຜນງົບປະມານຂອງແຂວງ ປີ 2023, ຈາກທ່ານ ຄຳສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ; ຈາກນັ້ນ, ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ,

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ Read More »

Scroll to Top