ເສດຖະກິດຂອງແຂວງຄໍາມ່ວນສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.452 ຕຶ້ກີບ
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 21 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດວ່າ : ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫຼື ເທົ່າກັບ 2.469 ໂດລາສະຫະລັດ, ໃນນີ້ຂະແໜງກະສີກໍາຂະຫຍາຍຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສະຫະກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP […]











