ສພຂ-ຄໍາມ່ວນ

ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.

  ວັນທີ 27 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເກັບກຳຂໍ້ມູນເພື່ອສະໝອງໃຫ້ແກ່ການຄົ້ນຄວ້າບົດວິທະຍາສາດ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບໍ ຫານປະເສີດ ຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນິຕິກໍາ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ບັນດາປະທານ/ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້, ເພື່ອເກັບກໍາຂໍ້ມູນ ແລະ ລະດົມຄໍາຄິດຄໍາເຫັນ ເຂົ້າໃສ່ຫົວຂໍ້, ໂຄງຮ່າງ ຂອງບົດຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັງເປັນການສະໜອງຂໍ້ມູນ-ຂ່າວສານ ໃນການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ກອງປະຊຸມໄດ້ຮັບ ຟັງຫົວຂໍ້ບົດຄົ້ນຄວ້າວິທະຍາສາດ ປະກອບມີ: ຮ່າງບົດ ການພົວພັນປະສານງານລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບບັນດາອົງການປົກຄອງຂັ້ນທ້ອງຖິ່ນ; ຮ່າງບົດ ກົງຈັກທີ່ເປັນເສນາທິການໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; […]

ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ. Read More »

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024.

   ລະຫວ່າງວັນທີ 18-19 ກັນຍາ 2024 ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍຄະນະທີມງານໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2024, ຢູ່ທີ່ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານ ຄະນະປະທານສານປະຊາຊົນແຂວງ, ຄະນະຫົວໜ້າອົງການໄອຍະການປະຊາຊົນແຂວງ, ຄະນະພະແນກຍຸຕິທຳແຂວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.       ການລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຄັ້ງນີ້ ທ່ານຮອງປະທານ, ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າຂອງ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ; ເປັນຕົ້ນ: ການດຳເນີນຄະດີຂອງສານ ຂັ້ນຕົ້ນ, ຂັ້ນອຸທອນ; ວຽກງານຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024. Read More »

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ.

    ຕອນເຊົ້າຂອງວັນທີ 19 ກັນຍາ 2024 ທີ່ພະແນກຍຸຕິທຳແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ພະແນກຍຸຕິທຳແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເຮັດວຽກຂອງ ທ່ານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຄະນະຫ້ອງການຍຸຕິທຳເມືອງທ່າແຂກ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານຂອງພະແນກຍຸຕິທຳເຂົ້າຮ່ວມ.   ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້: ທ່ານ ຮອງປະທານ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າ, ຈາກ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າພະແນກຍຸຕິທຳແຂວງ ໂດຍໄດ້ຊີ້ໃຫ້ເຫັນເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ: ວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ,

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ. Read More »

ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ.

    ໃນຕອນບ່າຍຂອງວັນທີ 18 ກັນຍາ 2024 ທີ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາ      ປະຊາຊົນ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ແລະ ພະນັກງານອົງການໄອຍະການປະຊາຊົນແຂວງເຂົ້າຮ່ວມ.     ໃນວາລະກອງປະຊຸມ ທ່ານ ຄໍາແດງ ສີບຸນເຮືອງ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງການແຜນໃນຕໍ່ໜ້າຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນເປັນຕົ້ນ: ວຽກງານຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ; ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ; ຕິດຕາມກວດກາການປະຕິບັດສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ;

ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ. Read More »

ປະທານ (ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ສານປະຊາຊົນແຂວງຄໍາມ່ວນ

    ໃນຕອນເຊົ້າຂອງວັນທີ 18 ກັນຍາ 2024 ທີ່ສານປະຊາຊົນແຂວງຄໍາມ່ວນ ທ່ານ ຄໍາສຸກ ວັນທະວົງສາ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ( ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ສານປະຊາຊົນແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ໜູການ ສຸວັນນະລາດ ຮອງປະທານສານປະຊາຊົນແຂວງຄໍາມ່ວນ, ມີຜູ້ພິພາກສາ, ຜູ້ຊ່ວຍພິພາກສາ, ສານປະຊາຊົນເຂດ 1 ແລະ ພະນັກງານຂອງສານປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.     ທ່ານ ໜູການ ສຸວັນນະລາດ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບລວມຂອງສານປະຊາຊົນແຂວງຄໍາມ່ວນ ໂດຍໃຫ້ຮູ້ວ່າ: ສານປະຊາຊົນແຂວງມີກົງຈັກການຈັດຕັ້ງ ມີ 06 ຄະນະສານ 01 ຫ້ອງການ 01 ຂະແໜງ ແລະ ສານເຂດ

ປະທານ (ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ສານປະຊາຊົນແຂວງຄໍາມ່ວນ Read More »

ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານການພັດທະນາຂະຫຍາຍໂຄງລ່າງພຶ້ນຖານທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ, ມີ ຫົວໜ້າດ່ານພາສີ, ຄະນະດ່ານເຂົ້າຮ່ວມ.      ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງວຽກງານຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ

ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ. Read More »

(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ.

    ໃນວັນທີ 16 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ແຂວງຄໍາມ່ວນ.   ໂອກາດດັ່ງກ່າວ, ທ່ານ ປອ. ເກດແກ້ວ ສີຫາລາດ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້; ຈາກນັ້ນ, ໄດ້ຈັດກອງປະຊຸມການຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ)

(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ. Read More »

ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ຕິດຕາມກວດກາ ວຽກງານການພົບປະ ປະຊາຊົນ.

    ໃນຕອນບ່າຍຂອງວັນທີ 10 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ສຸບັນ ສະວະບຸດ ກຳມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ວຽກງານການພົບປະ ປະຊາຊົນ ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ທັງເປັນປະທານສະພາປະຊາຊົນຂັ້ນແຂວງ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ ແລະ ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.    ຈຸດປະສົງໃນການເຄື່ອນໄຫວເຮັດວຽກຄັ້ງນີ້: ເພື່ອປຶກສາຫາລືກ່ຽວກັບວຽກງານການພົບປະ ປະຊາຊົນ ຂອງ ສສຊ ແລະ ສສຂ, ເພື່ອເປັນການຄົ້ນຄວ້າ ແລະ ປັບປຸງ, ເປັນຂໍ້ມູນໃນການປະເມີນການຈັດຕັ້ງປະຕິບັດວຽກງານນິຕິກຳກ່ຽວກັບວຽກງານການພົບປະ ປະຊາຊົນ ໃນຕໍ່ໄປໃຫ້ມີຄຸນນະພາບ.   ກອງປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ

ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ຕິດຕາມກວດກາ ວຽກງານການພົບປະ ປະຊາຊົນ. Read More »

ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ.

     ໃນຕອນບ່າຍຂອງວັນທີ 9 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະທານສະພາປະຊາຊົນຂັ້ນແຂວງ, ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.   ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ ແລະ ພະແນກພາຍໃນແຂວງ;

ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ. Read More »

ຄະນະປະຈຳສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ.

ໃນຕອນເຊົ້າວັນທີ 9 ກັນຍາ 2024 ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມຄະນະທີ່ມາເຄື່ອນໄຫວຕິດຕາມ, ກວດກາ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໄດ້ເຂົ້າພົບປະກັບ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ) ເຊິ່ງໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ປະທານກຳມາທິການ ພ້ອມຄະນະທີ່ໄດ້ລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້. ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ໂດຍສະເພາະໃນຂົງເຂດການສຶກສາທິການ ແລະກິລາ ໃນແຂວງ; ພາຍຫຼັງຮັບຟັງການລາຍງານ ທ່ານ ບຸນຕາ ເທບພະວົງ ກໍ່ສະແດງຄວາມຂອບໃຈຕໍ່ ທ່ານຮອງເຈົ້າແຂວງ, ພ້ອມທັງແຈ້ງຈຸດປະສົງກ່ຽວກັບການລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ວ່າ: ເພື່ອຜັນຂະຫຍາຍ ແລະຊູກຍູ້, ຕິດຕາມກວດກາ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ທິດທາງແຜນການປະຈໍາປີ 2024

ຄະນະປະຈຳສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ. Read More »

Scroll to Top