ກອງປະຊຸມຍົກສູງຂີດຄວາມສາມາດໃຫ້ແກ່ (ສສຂ) ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ ແລະ ສພຂ ຫຼວງພະບາງ.
ໃນລະຫວ່າງວັນທີ 9-10 ທັນວາ 2024 ທີ່ເມືອງຄູນຄຳ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມພາວະການເປັນຜູ້ນຳ ແລະວຽກງານສື່ມວນຊົນໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ສສຂ ແຂວງຫຼວງພະບາງ, ວິທະຍາກອນ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ແຂວງຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 97 ທ່ານ, ຍິງ 41 ທ່ານ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້: ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນຂັ້ນແຂວງ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດທັກສະຄວາມເຂົ້າໃຈເລິກເຊິ່ງໃນການຈັດຕັ້ງປະຕິບັດວຽກງານ, ໃນໄລຍະ 2 ວັນຂອງການດຳເນີນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ຫົວຂໍ້: ຄວາມຮູ້ພຶ້ນຖານໃນການເປັນຜູ້ນຳ ແລະ […]











