(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ.

    ໃນວັນທີ 16 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ແຂວງຄໍາມ່ວນ.   ໂອກາດດັ່ງກ່າວ, ທ່ານ ປອ. ເກດແກ້ວ ສີຫາລາດ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້; ຈາກນັ້ນ, ໄດ້ຈັດກອງປະຊຸມການຕິດຕາມກວດກາ ການຈັດຕັ້ງກໍ່ສ້າງ, ບູລະນະສ້ອມແປງ ເສັ້ນທາງ ແລະ ການພັດທະນາຂະຫຍາຍໂຄງລ່າງພື້ນຖານທີ່ຈໍາເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) […]

(ກສຕສ) ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ. Read More »