September 19, 2024

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024.

   ລະຫວ່າງວັນທີ 18-19 ກັນຍາ 2024 ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍຄະນະທີມງານໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2024, ຢູ່ທີ່ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານ ຄະນະປະທານສານປະຊາຊົນແຂວງ, ຄະນະຫົວໜ້າອົງການໄອຍະການປະຊາຊົນແຂວງ, ຄະນະພະແນກຍຸຕິທຳແຂວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.       ການລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຄັ້ງນີ້ ທ່ານຮອງປະທານ, ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າຂອງ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ; ເປັນຕົ້ນ: ການດຳເນີນຄະດີຂອງສານ ຂັ້ນຕົ້ນ, ຂັ້ນອຸທອນ; ວຽກງານຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ […]

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024. Read More »

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ.

    ຕອນເຊົ້າຂອງວັນທີ 19 ກັນຍາ 2024 ທີ່ພະແນກຍຸຕິທຳແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ພະແນກຍຸຕິທຳແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເຮັດວຽກຂອງ ທ່ານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຄະນະຫ້ອງການຍຸຕິທຳເມືອງທ່າແຂກ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານຂອງພະແນກຍຸຕິທຳເຂົ້າຮ່ວມ.   ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້: ທ່ານ ຮອງປະທານ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າ, ຈາກ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າພະແນກຍຸຕິທຳແຂວງ ໂດຍໄດ້ຊີ້ໃຫ້ເຫັນເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ: ວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ,

ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ. Read More »

Scroll to Top