ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ອົງການໄອຍະການປະຊາຊົນແຂວງຄໍາມ່ວນ.
ໃນຕອນບ່າຍຂອງວັນທີ 18 ກັນຍາ 2024 ທີ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາ ປະຊາຊົນ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຢູ່ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ແລະ ພະນັກງານອົງການໄອຍະການປະຊາຊົນແຂວງເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານ ຄໍາແດງ ສີບຸນເຮືອງ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງການແຜນໃນຕໍ່ໜ້າຂອງອົງການໄອຍະການປະຊາຊົນແຂວງຄໍາມ່ວນເປັນຕົ້ນ: ວຽກງານຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ; ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ; ຕິດຕາມກວດກາການປະຕິບັດສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ; […]



