ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024 ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານການພັດທະນາຂະຫຍາຍໂຄງລ່າງພຶ້ນຖານທີ່ຈຳເປັນເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ຢູ່ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ, ມີ ຫົວໜ້າດ່ານພາສີ, ຄະນະດ່ານເຂົ້າຮ່ວມ.      ໂອກາດດັ່ງກ່າວ ໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງວຽກງານຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ […]

ຮອງປະທານ ( ກສຕສ ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ. Read More »