ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ.
ໃນຕອນບ່າຍຂອງວັນທີ 9 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະທານສະພາປະຊາຊົນຂັ້ນແຂວງ, ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ ແລະ ພະແນກພາຍໃນແຂວງ; […]
ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ. Read More »



