ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 20 ພະຈິກ 2023 ມາດຕາ 13 (ປັບປຸງ) ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາມ 74 (ປັບປຸງ) ການຕິດຕາມກວດການິຕິກໍາ, ອີງຕາມແຜນການເຄື່ອນໄຫວ ຕິດຕາມກວດກາ ການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະບັບເລກທີ 31/ຄສຜງ, ລົງວັນທີ 23 ເມສາ 2025.   ວັນທີ 7 ພຶດສະພາ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ, […]

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ. Read More »