ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ.
ໃນຕອບບ່າຍຂອງວັນທີ 29 ພຶດສະພາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມມີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະເລຂາທິການ, ຄະນະຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງຄຳມ່ວນ. ໃນພິທີ, ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຜ່ານບັນດາ ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 88,89,90/ຄປຈ.ສພຂ, ລົງວັນທີ 24 ມີນາ 2025 ວ່າດ້ວຍການແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ, ເຊິ່ງໄດ້ແຕ່ງຕັ້ງທ່ານ ສຸກສົມພອນ ແສງອາລຸນ ເປັນຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ທ່ານ ເທບພະພອນ ສຸພາໂກສົນ ເປັນຫົວໜ້າຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ທ່ານ […]
ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ. Read More »


