ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ.
ໃນຕອນເຊົ້າວັນທີ 28 ພຶດສະພາ2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ. ໂອກາດດັ່ງກ່າວ ທ່ານ ນວນທອງ ສຸວັນວິໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ ເພື່ອລາຍງານ ແລະ ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາແຫ່ງຊາດ ຄັ້ງນີ້ ກໍເພື່ອຕິດຕາມຊຸກຍູູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຕົ້ນ […]
ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ. Read More »


