May 21, 2025

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ.

    ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນການສອນໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.   ການເຄື່ອນໄຫວພົບປະແລກປ່ຽນບົດຮຽນໃນຄັ້ງນີ້ໄດ້ຮັບຟັງ ການລາຍງານສະພາບການໂດຍຫຍໍ້ ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ, ມີຖານະເທົ່າທຽມກັບ ພະແນກການຕ່າງໆ ແລະ […]

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ. Read More »

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ສະພາແຫ່ງຊາດ ທັດສະນະສຶກສາຢູ່ແຂວງຄໍາມ່ວນ.

            ຕອນເຊົ້າ, ວັນທີ 21 ພຶດສະພາ 2025 ທີ່ສຳນັກງານແຂວງຄຳມ່ວນ, ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ນໍາໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ໄດ້ເຄື່ອນໄຫວທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ແລະ ວຽກງານ 3 ສ້າງ, ໂດຍການຕ້ອນຮັບຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ເຊິ່ງມີບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ.   ໃນລະວາການພົບປະ ທ່ານ ຮອງເຈົ້າແຂວງ ໄດ້ແຈ້ງກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ, ແລະທ່າແຮງຂອງແຂວງ, ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 16.315 ກິໂລຕາແມັດ, ແບ່ງເປັນສອງເຂດນິເວດວິທະຍາຄື: ເຂດພູດອຍກວມ 54% ແລະ ເຂດທົ່ງພຽງກວມ

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ສະພາແຫ່ງຊາດ ທັດສະນະສຶກສາຢູ່ແຂວງຄໍາມ່ວນ. Read More »

Scroll to Top