ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ.

ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.    ທີ່ເມືອງຫີນບູນ ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ […]

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ. Read More »