ສພຂ-ຄໍາມ່ວນ

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021.

ວັນທີ 15 ພຶດສະພາ 2025 ນີ້, ທີ່ສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ, ເຈົ້າເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 35 ທ່ານ. ໃນກອງປະຊຸມ ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານການຈັດຕັ້ງປະຕິບັດ ຜົນການປະເມີນ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; […]

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021. Read More »

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 20 ພະຈິກ 2023 ມາດຕາ 13 (ປັບປຸງ) ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາມ 74 (ປັບປຸງ) ການຕິດຕາມກວດການິຕິກໍາ, ອີງຕາມແຜນການເຄື່ອນໄຫວ ຕິດຕາມກວດກາ ການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະບັບເລກທີ 31/ຄສຜງ, ລົງວັນທີ 23 ເມສາ 2025.   ວັນທີ 7 ພຶດສະພາ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ,

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ.

ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.    ທີ່ເມືອງຫີນບູນ ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ. Read More »

ເຜີຍແຜ່ເອກະສານປະຫວັດຄວາມເປັນມາ ວັນກຳມະກອນສາກົນ ຄົບຮອບ 139 ປີ.

ວັນທີ 30 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ກຳມະບານຮາກຖານ ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານ ວັນກຳມະກອນສາກົນ ຄົບຮອບ 139 ປິ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານຂອງ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສະພາປະຊາຊົນແຂວງຄຳມ່ວນ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ເຂົ້າຮ່ວມມີ ຄະນະໜ່ວຍພັກ, ຄະນະກຳມະບານຮາກຖານ ແລະ ຕະຫຼອດຮອດສະມາຊິກກຳມະບານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ສະຫາຍ ບຸນສະຫວ່າງ ສີສຸກຂະລາດ ຄະນະໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ເຜີຍແຜ່ເນື້ອໃນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂອງວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ, ເຊິ່ງຂະບວນການຕໍ່ສູ້ຂອງກຳມະກອນເກີດຂຶ້ນຄັ້ງທຳອິດຢູ່ປະເທດອັງກິດໃນປີ 1764 ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທໍາ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານເປັນຕົວແທນຂອງຕົນຂຶ້ນ.

ເຜີຍແຜ່ເອກະສານປະຫວັດຄວາມເປັນມາ ວັນກຳມະກອນສາກົນ ຄົບຮອບ 139 ປີ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຍົກສູງຂີດຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການ.

ໃນວັນທີ 29 ເມສາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໄອທີ, ວຽກງານສື່ມວນຊົນ ແລະ ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ທັງເປັນນັກວິທະຍາກອນ, ເຂົ້າຮ່ວມມີ ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ, ນັກວິທະຍາກອນ ແລະ ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ທ່ານ ເທບພາພອນ ສຸພາໂກສົນ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ, ນຳສະເໜີ ການນຳໃຊ້ລະບົບ ຂອງພາກລັດ      ກອງປະຊຸມ ໄດ້ຮຽນຮູ້ກ່ຽວກັບການເຂົ້າເຖິງການນຳໃຊ້ລະບົບ G-Share, G-Drive ຂອງພາກລັດ, ການສ້າງຄິວອາໂຄດ QR Code; ວຽກງານສື່ມວນຊົນ; ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນປະກອບຄຳຄິດຄຳເຫັນ, ໄດ້ຈັດແບ່ງກຸ່ມເຮັດຝຶກຫັດຕົວຈິງ ໃນການນຳໃຊ້ເຂົ້າລະບົບ, ລົງທະບຽນສະໝັກເຂົ້ານຳໃຊ້ເຄື່ອຄ່າຍດັ່ງກ່າວ, ທົດລອງນຳໃຊ້ຕົວຈິງໃນການເຂົ້າລະບົບ

ສະພາປະຊາຊົນແຂວງຄຳມ່ວນ ຍົກສູງຂີດຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການ. Read More »

ກອງປະຊຸມສຳມະນາວຽກງານການສ້າງ, ປັບປຸງ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.

ເພື່ອຊຸກຍູ້ວຽກງານ ການສ້າງ, ການປັບປຸງ,​ ການຈັດຕັ້ງປະຕິບັດ, ການປະເມີນ ແລະຕິດຕາມກວດກາການປະເມີນນິຕິກຳໃຕ້ກົດໝາຍຂອງອົງການປົກຄອງຂັ້ນແຂວງ ແລະ ອົງການທຽບເທົ່າ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ,​ ດ້ານນິຕິກຳຂອງສະພາປະຊາຊົນຂັ້ນແຂວງ. ໃນລະຫວ່າງວັນທີ 23-25 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ດຳເນີນກອງປະຊຸມສຳມະນາກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ, ການໂຄສະນາເຜີຍແຜ່, ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ທັງເປັນນັກວິທະຍາກອນ , ມີຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ນັກວິທະຍາກອນຈາກສູນກາງ/ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 11 ທ່ານ. ທ່ານ ອຳໄພ ຈິດມານົນ

ກອງປະຊຸມສຳມະນາວຽກງານການສ້າງ, ປັບປຸງ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ. Read More »

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024.

ຕອນເຊົ້າຂອງວັນທີ 22 ເມສາ 2025ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໂດຍການເປັນປະທານຂອງ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີຄະນະໜ່ວຍພັກ, ບັນດາສະຫາຍທີ່ຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ – ລັດແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ໃນພິທີສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງ ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 20/ຄປຈ. ລົງວັນທີ 6 ກຸມພາ 2025 ວ່າດ້ວຍການຮັບຮອງເອົາໜ່ວຍພັກຮາກຖານສະພາປະຊາຊົນແຂວງຄໍາມ່ວນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024. Read More »

ກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024

ໃນຕອນບ່າຍຂອງວັນທີ 27 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຮ່ວມ ລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ໂດຍການເປັນປະທານຮ່ວມຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ແລະ ທ່ານ ສົມບູນ ແກ້ວວົງສາ ຫົວໜ້າຫ້ອງວ່າການແຂວງຄຳມ່ວນ; ມີຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຄະນະຫ້ອງວ່າການແຂວງຄຳມ່ວນ; ບັນດາຫົວໜ້າ/ຮອງຫົວໜ້າຂະແໜງການສະພາປະຊາຊົນແຂວງຄຳມ່ວນ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມ.    ຈຸດປະສົງກອງປະຊຸມຄັ້ງນີ້: ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນເປັນກ້າວ ແລະ ທັງຮັບປະກັນການປະຕິບັດຕາມພາລະບົດ, ສິດ ແລະໜ້າທີ່ ຂອງແຕ່ລະພາກສ່ວນມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນນິຕິກຳໃຕ້ກົດໝາຍ. ກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມ ລະຫວ່າງຄະນະເລຂາທິການ ສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025; ເຜີຍແຜ່

ກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 Read More »

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

ໃນຕອນເຊົ້າຂອງວັນທີ 6 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ຄະນະເລຂາທິການ,​ ຫົວໜ້າ/ຮອງຫົວໜ້າຂະແໜງ ແລະຕະຫລອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມເພື່ອຈັດຕັ້ງປະຕິບັດ, ສິດ ແລະໜ້າທີ່ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 65/ສພຊ, ລົງວັນທີ 10 ທັນວາ 2015; ແລະ ເພື່ອສະຫຼຸບຕີລາຄາຄືນບັນດາວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນຕາມລຳດັບ. ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025; ຈາກນັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ຢ່າງມີບັນຍາກາດອັນຟົດຟື້ນ ແລະ ເປັນເຈົ້າການເຂົ້າໃສ່ເນື້ອໃນ ໃຫ້ມີອັນຄົບຖ້ວນສົມບູນເລິກເຊິ່ງຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II Read More »

ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ.

ວັນທີ 17 ກຸມພາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາ ແລະຊຸກຍູ້ວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ ແຂວງຄຳມ່ວນ, ເຂົ້າຮ່ວມມີ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີ ຮອງປະທານກຳມາທິການ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຫົວໜ້າກົມ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຂັ້ນແຂວງ, ຄະນະກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກຖືກເຊີນ. ໃນວາລະດຳເນີນກອງປະຊຸມທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນຂັ້ນແຂວງ ກ່າວຕ້ອນຮັບ ແລະລາຍງານໂດຍສັງເຂບກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ຈະລາຍງານກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ; ກອງປະຊຸມໄດ້ຮັບຟັງການລາຍງານຈາກ 9 ພາກສວ່ນ ຄື: ພະແນກຍຸຕິທຳແຂວງ,

ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ. Read More »

Scroll to Top