ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳ ສພຂ ກັບ ອົງການປົກຄອງແຂວງຄຳມ່ວນ

ໃນຕອນເຊົ້າຂອງວັນທີ 8 ມັງກອນ 2025 ທີ່ສະພາປະຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ ໃນການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຮອງເຈົ້າແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືເຊີນເຂົ້າຮ່ວມ. ຈຸດສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະແລກປ່ຽນຄຳເຫັນເພື່ອຄວາມເປັນເອກະພາບຕໍ່ກັບບັນດາເນື້ອໃນ ແລະຂອບເຂດຄວາມຮັບຄວາມຮັບຜິດຊອບຂອງອົງການປົກຄອງແຂວງ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ທີ່ຈະໄດ້ໄຂຂຶ້ນໃນບໍ່ດົນຕໍ່ໜ້ານີ້, ພ້ອມນັ້ນ, ກອງປະຊຸມຍັງໄດ້ຕີລາຄາສູງ ແລະ ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງແຂວງໃນໄລຍະຜ່ານມາ. ກອງປະຊຸມຄັ້ງນີ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບຜົນສຳເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ແຜນການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 […]

ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳ ສພຂ ກັບ ອົງການປົກຄອງແຂວງຄຳມ່ວນ Read More »