ການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ ສພຂ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ

  ເພື່ອເສີມຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບໃນການຕິດຕາມກວດກາ ຂອງ ສະພາປະຊາຊົນຂັ້ນແຂວງ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ບຸກຄະລາກອນທີ່ຖືກປະເມີນ ເຫັນໄດ້ຈຸດດີຜົນງານ, ຈຸດອ່ອນຂໍ້ຄົງຄ້າງຂອງຕົນ ໃນໄລຍະຜ່ານມາ, ວິທີປັບປຸງແກ້ໄຂ ແລະ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານສູງຂຶ້ນກວ່າເກົ່າ.   ໃນວາລະທີ 7 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ຕອນບ່າຍຂອງວັນທີ 23 ມັງກອນ 2025 ທີ່ຫ້ອງປະຊຸມໃຫ່ຍຂອງແຂວງຄຳມ່ວນໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາປະຊາຊົນແຂວງຄຳມ່ວນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ຈາກ 10 ຕົວເມືອງ ແລະ ຄະນະຮັບຜິດຊອບການປະເມີນຄວາມໄວ້ວາງໃຈເຂົ້າຮ່ວມ.   ກອງປະຊຸມໄດ້ຮັບຟັງການສະເໜີຈຸດປະສົງການປະເມີນ ຈາກປະທານສະພາປະຊາຊົນຂັ້ນແຂວງ, ຫຼັງຈາກນັ້ນ ໄດ້ຮັບຟັງລາຍງານການກະກຽມ ແລະ ດໍາເນີນວຽກງານຮອບດ້ານ ກ່ຽວກັບການປະເມີນຄວາມໄວ້ວາງໃຈ, ປະກາດລະບຽບການປະເມີນເປົ້າໝາຍທີ່ຖືກປະເມີນຄວາມໄວ້ວາງໃຈ ຈາກຄະນະຮັບຜິດຊອບການປະເມີນ. ບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ດຳເນີນການຕາມຂັ້ນຕອນຂອງການປ່ອນບັດ ເຊິ່ງເປົ່າໝາຍບຸກຄະລາກອນ ທີ່ຖືກປະເມີນຄວາມໄວ້ວາງໃຈ […]

ການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ ສພຂ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ Read More »