ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ
ໃນຕອນບ່າຍວັນສຸກວັນທີ 24 ມັງກອນ 2025 ທີ່ສະໂມສອນໃຫ່ຍ 21 ມີນາ ຂອງແຂວງຄຳມ່ວນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ 10 ຕົວເມືອງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນ. ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມເປັນເວລາ 4 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນທີ່ມີຄວາມເປັນເອກະພາບສູງ ຂອງບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມກັບການປະກອບສ່ວນສໍາຄັນຂອງອົງການປົກຄອງແຂວງ […]
ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ Read More »


