January 21, 2025

ເສດຖະກິດຂອງແຂວງຄໍາມ່ວນສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.452 ຕຶ້ກີບ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 21 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດວ່າ : ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 24.452 ຕື້ກີບ ເທົ່າກັບ 119,71% ລາຍຮັບສະເລ່ຍຕໍ່ຫົວຄົນ 53 ລ້ານກີບ/ຄົນ ຫຼື ເທົ່າກັບ 2.469 ໂດລາສະຫະລັດ, ໃນນີ້ຂະແໜງກະສີກໍາຂະຫຍາຍຕົວ 5,38% ກວມເອົາ 18,85% ຂອງ GDP, ຂະແໜງອຸດສະຫະກໍາຂະຫຍາຍຕົວ 5,83% ກວມ 33,26% ຂອງ GDP, ຂະແໜງບໍລິການຂະຫຍາຍຕົວ 6,14% ກວມ 46,45% ຂອງ GDP […]

ເສດຖະກິດຂອງແຂວງຄໍາມ່ວນສືບຕໍ່ຂະຫຍາຍຕົວໃນລະດັບ 6,05% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 24.452 ຕຶ້ກີບ Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນອັງຄານ ວັນທີ 21 ມັງກອນ 2025 ທີ່ສະໂມສອນໃຫ່ຍ 21 ມີນາ ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນ. ພາຍຫຼັງທ່ານ ບຸນມີ ພິມມະສອນ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ. ກອງປະຊຸມໄດ້ຮັບຟັງບົດລາຍງານຂອງ ທ່ານ ເຈົ້າແຂວງຄຳມ່ວນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍພັດທະນາຊົນນະບົດ ແລະ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ Read More »

ສູນທອນພົດຂອງປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

    ໃນພິທີເປີດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະປະຊາຊົນລາວບັນດາເຜົ່າຊາວແຂວງຄຳມ່ວນ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ X ໄລຍະທ້າຍສະໄໝ, ມະຕິກອງປະຊຸມເປີດກ້ວາງຄົບຄະນະ ຄັ້ງທີ 13 ຂອງຄະນະບໍລິຫານພັກແຂວງ ສະໄໝທີ X, ແລະ ພວມຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ IX ໃຫ້ເປັນຮູບປະທໍາ, ພ້ອມກັນນັ້ນ ຍັງສືບຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ

ສູນທອນພົດຂອງປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II Read More »

Scroll to Top