January 22, 2025

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8

ຕອນເຊົ້າຂອງວັນທີ 23 ມັງກອນ 2025 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານຄະນະປະທານ, ທ່ານເຈົ້າແຂວງຄຳມ່ວນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈາກ 10 ເມືອງ, ເຈົ້າເມືອງ, ບັນດາທ່ານພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.   ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຫົວໜ້າກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານບົດລາຍງານ ການສັງລວມ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບການພິຈາລະນາ ຮັບຮອງ ບັນຫາສໍາຄັນພື້ນຖານ ຂອງແຂວງ ປະຈໍາປີ 2024 ໂດຍຜ່ານກອງປະຊຸມສາມັນ, […]

ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8 Read More »

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ

  ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໃນຕອນບ່າຍວັນທີ 22 ມັງກອນນີ້, ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ; ຫຼັງຈາກຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ສານປະຊາຊົນແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປີ 2025 ຈາກທ່ານ ອຸດອນ ແກ້ວນາວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ ແລະ ທ່ານ ທອງເພັດ ຜຸຍຍະວົງ ປະທານສານປະຊາຊົນແຂວງຄຳມ່ວນ ຕາມວາລະດຳເນີນກອງປະຊຸມ ,ຈາກນັ້ນ, ທ່ານ ຄຳສຸກ ວັນທະວົງສາ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ໄດ້ປະກອບຄຳເຫັນຕໍ່ສອງບົດລາຍງານດັ່ງກ່າວ ໂດຍສະເໜີບາງມາດຕະການເພີ່ມຕື່ມເພື່ອຮັບປະກັນໃຫ້ທິດທາງແຜນການໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້ດັ່ງນີ້: ຕໍ່ວຽກງານອົງການໄອຍະການປະຊາຊົນແຂວງ 1.ຄະນະພັກ – ຄະນະນໍາ ຂອງ ອົງການໄອຍະການປະຊາຊົນແຂວງ ນໍາພາ-ຊີ້ນໍາ ການຈັດຕັ້ງໃນການຜັນຂະຫຍາຍທິດທາງແຜນການ ປີ 2025 ໃຫ້ເປັນແຜນການ, ແຜນງານອັນລະອຽດ, ຕິດຕາມຊຸກຍູ້ ອົງການໄອຍະການປະຊາຊົນແຂວງ

ບາງມາດຕະການເພີ່ມຕື່ມເພື່ອຮັບປະກັນແຜນການຂອງໄອຍະການ ແລະ ສານມີຜົນສຳເລັດ Read More »

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ

   ຕອນເຊົ້າວັນທີ 22 ມັງກອນ 2025, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ ໄດ້ຮັບຟັງບົດລາຍງານຂອງອົງກວດສອບປະຈຳພາກກາງ2 ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2023 ແລະ ແຜນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງ ປີ 2024, ຈາກທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບ ປະຈຳພາກກາງ 2; ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ແລະ ລາຍງານຜົນການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວແຜນງົບປະມານ ປະຈຳປີ 2022 ແລະ ແຜນການກວດກາຕາມຜົນກວດສອບແຜນງົບປະມານຂອງແຂວງ ປີ 2023, ຈາກທ່ານ ຄຳສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ; ຈາກນັ້ນ, ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ,

ບາງຂໍ້ສະເໜີໃຫ້ອົງການກວດສອບ ແລະ ອົງການກວດກາລັດແຂວງ ເອົາໃຈໃສ່ຕື່ມ Read More »

Scroll to Top