ກອງປະຊຸມປະເມີນຜົນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024
ວັນທີ 9 ມັງກອນ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໄດ້ດຳເນີນກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປິ 2024 ໂດຍການເປັນປະທານຂອງ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ສະຫາຍ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ມີບັນດາທ່ານ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມ. ການປະເມີນຜົນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໃນຄັ້ງນີ້ສະແດງໃຫ້ເຫັນເຖິງການເຄື່ອນໄຫວທີ່ມີທິດທາງແຜນການຖືກຕ້ອງ ແລະ ໄປຕາມແນວທາງນະໂຍບາຍຂອງພັກ, ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໃຫ້ມີການຫັນປ່ຽນແປງຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸສາມາດເປັນແກນນໍາທີ່ເຂັ້ມແຂງໃນລະບົບການເມືອງ, ທັງເປັນການເພີ່ມທະວີບົດບາດ, ຄວາມສາມາດໃນການນຳພາ-ຊີ້ນຳ […]
ກອງປະຊຸມປະເມີນຜົນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 Read More »


