ກອງປະຊຸມສະໄໝສາມັນເທື່ອທີ 8 ຈະໄຂຂຶ້ນໃນວັນທີ 21 ມັງກອນ 2025 ນີ້
ໃນຕອນເຊົ້າຂອງວັນທີ 17 ມັງກອນ ນີ້, ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ສະມາຊິກສະພາແຫ່ງຊາດ ຄວບສະມາຊິກສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ຫົວໜ້າກອງເລຂາ ກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເຊິ່ງທ່ານໃຫ້ຮູ້ວ່າ: ບັນດາຄະນະກໍາມະການ, ຄະນະເລຂາທິການ ແລະ ກົງຈັກທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ ໄດ້ຈັດຕັ້ງປະຕິບັດສິດ ໜ້າທີ່ ຂອງຕົນ ແລະ ປະສານສົມທົບ ກັບ ອົງການລັດຂັ້ນແຂວງ ເພື່ອຮ່ວມກັນກະກຽມບັນດາເນື້ອໃນຮອບດ້ານ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້; ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນໄດ້ມີຄວາມຮັບ ປະກັນຮອບດ້ານ, ຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ. ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນ ອັງຄານ ວັນທີ 21 […]
ກອງປະຊຸມສະໄໝສາມັນເທື່ອທີ 8 ຈະໄຂຂຶ້ນໃນວັນທີ 21 ມັງກອນ 2025 ນີ້ Read More »




