slide

ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ.

     ໃນຕອນບ່າຍຂອງວັນທີ 9 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະທານສະພາປະຊາຊົນຂັ້ນແຂວງ, ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.   ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ ແລະ ພະແນກພາຍໃນແຂວງ; […]

ກອງປະຊຸມ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຍຸດທະສາດ. Read More »

ຄະນະປະຈຳສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ.

ໃນຕອນເຊົ້າວັນທີ 9 ກັນຍາ 2024 ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມຄະນະທີ່ມາເຄື່ອນໄຫວຕິດຕາມ, ກວດກາ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໄດ້ເຂົ້າພົບປະກັບ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ) ເຊິ່ງໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ປະທານກຳມາທິການ ພ້ອມຄະນະທີ່ໄດ້ລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້. ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ໂດຍສະເພາະໃນຂົງເຂດການສຶກສາທິການ ແລະກິລາ ໃນແຂວງ; ພາຍຫຼັງຮັບຟັງການລາຍງານ ທ່ານ ບຸນຕາ ເທບພະວົງ ກໍ່ສະແດງຄວາມຂອບໃຈຕໍ່ ທ່ານຮອງເຈົ້າແຂວງ, ພ້ອມທັງແຈ້ງຈຸດປະສົງກ່ຽວກັບການລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ວ່າ: ເພື່ອຜັນຂະຫຍາຍ ແລະຊູກຍູ້, ຕິດຕາມກວດກາ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ທິດທາງແຜນການປະຈໍາປີ 2024

ຄະນະປະຈຳສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ. Read More »

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນປະຫວັດສາດຂອງຊາດ.

ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດປາຖະກາຖາຂອງທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ. ໃນພິທີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງລັດຖະທຳມະນູນໂດຍສະເພາະແມ່ນ ສະພາບແວດລ້ອມແຫ່ງການກຳເນີດ ລັດຖະທຳມະນູນຂອງ ສປປ ລາວ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ພັກໄດ້ວາງແນວທາງ ແລະ ນຳພາປະຊາຊົນປະຕິບັດສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວຈິ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ.

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນປະຫວັດສາດຂອງຊາດ. Read More »

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງໄຊບົວທອງ.

      ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 943/ຄລຂ.ຄມ, ລົງວັນທີ 20 ສິງຫາ 2024; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 26-29 ສິງຫາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງໄຊບົວທອງ. Read More »

ສະພາປະຊາຊົນແຂວງຄໍາມ່ວນປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ.

ຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ສຳນັກງານເມືອງໄຊບົວທອງແຂວງຄໍາມ່ວນ ໃນໂອກາດທີ່ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນຄໍາມ່ວນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໄດ້ຕາງໜ້າສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ ຈໍານວນ ເງິນ 3.000.000 ກີບ ແລະ ຮັບໂດຍ ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ແລະ ບັນດາຄະນະການນຳຂອງເມືອງເຂົ້າຮ່ວມ    

ສະພາປະຊາຊົນແຂວງຄໍາມ່ວນປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12), ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາພ້າວເມືອງໄຊບົວທອງ.

    ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ບຸນທະວີ ພິລາວັນ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ບ້ານນາພ້າວ ເມືອງໄຊບົວທອງ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມ ມີຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮວ່ມ. ທ່ານ ບຸນລ້ອມ ສີຊຽງໃໝ່ ນາຍບ້ານນາພ້າວ ເມືອງໄຊບົວທອງ ໄດ້ລາຍງານໂດຍສັງເຂບຂອງນາຍບ້ານ, ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດ, ມີດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

ຮອງປະທານ (ຄສຊຂ 12), ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາພ້າວເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12) ພ້ອມຄະນະ ສືບຕໍ່ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊບົວທອງ.

     ໃນວັນທີ 27 ສິງຫາ 2024 ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ໄດ້ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ 2 ຈຸດຂອງເມືອງໄຊບົວທອງ ຄືທີ່: ບ້ານ ຜາຂາດ ແລະ ບ້ານ ໜອງຜື ເຊິ່ງນໍາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍຄະນະ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 186 ເທື່ອຄົນ, ຍິງ

ຮອງປະທານ (ຄສຊຂ 12) ພ້ອມຄະນະ ສືບຕໍ່ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊບົວທອງ. Read More »

ຮອງປະທານ (ຄສຊຂ 12) ເຄື່ອນໄຫວຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຢູ່ເມືອງໄຊບົວທອງ.

        ວັນທີ 26 ສິງຫາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ( ຄສຊຂ12) ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ບຸນທະວີ ພິລາວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຢູ່ 2 ຈຸດຂອງເມືອງໄຊບົວທອງຄືທີ່: ບ້ານປ່າກະຊະ ແລະ ບ້ານປ່າກ້ວຍໜອງບອນ, ໂດຍການເຂົ້າຮ່ວມມີ ຄະນະພັກເມືອງຜູ້ຊີ້ນຳເຂດ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 193 ເທື່ອຄົນ, ຍິງ 81

ຮອງປະທານ (ຄສຊຂ 12) ເຄື່ອນໄຫວຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຢູ່ເມືອງໄຊບົວທອງ. Read More »

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ.

    ວັນທີ 22 ສິງຫາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ໂດຍສະຫາຍ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ຮັບໂດຍ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາຄະນະໜ່ວຍພັກ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ສະມາຊິກພັກສົມບູນ/ສໍາຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີສະຫາຍ ນາງ ສາທິດ ຈັນສີ ຮອງເລຂາໜ່ວຍສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນຜ່ານບົດສະຫຼຸບການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024. ຈາກນັ້ນຕາງໜ້າຈາກຄະນະຈັດຕັ້ງແຂວງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 51/ຄປຈ. ລົງວັນທີ 27 ກຸມພາ 2024

ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ. Read More »

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແຮ່ກົ່ວ ທີ່ບໍ່ແໜ່ງ-ບໍ່ໂພນຕີ້ວ.

    ວັນທີ 17 ສິງຫາ 2024 ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ພ້ອມດວ້ຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍສົມທົບ ກັບຂະແໜງການທີ່ກ່ຽວຂ້ອງທຸກຂັ້ນ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບັນດາບໍລິສັດ ທີ່ຂຸດຄົ້ນ ແຮ່ກົ່ວ ຢູ່ບໍ່ແໜ່ງ-ບໍ່ໂພນຕີ້ວ ເມືອງຫີນບູນ ແຂວງຄໍາມ່ວນ. ໂອກາດການເຄື່ອນໄຫວ ຮອງປະທານສະພາແຫ່ງຊາດ ແລະ ຄະນະ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນ ຂອງຜູ້ປະກອບການທຸລະກິດ ທີ່ດໍາເນີນການຂຸດຄົ້ນແຮ່ກົ່ວ ຢູ່ທີ່ບໍ່ແໜ່ງ-ບໍ່ໂພນຕິ້ວ, ປັດຈຸບັນມີຈໍານວນທັງໝົດ 22 ບໍລິສັດ, ໃນນັ້ນໂຄງການຂຸດຄົ້ນປົກກະຕິມີ 18 ບໍລິສັດ ແລະ ອີກ 4 ບໍລິສັດເປັນການຂຸດຄົ້ນທົດລອງ, ບັນດາໂຄງການດັ່ງກ່າວ ສ່ວນຫຼາຍແມ່ນຂັ້ນສູນກາງອະນຸມັດ, ພ້ອມດຽວກັນ ຍັງໄດ້ຮັບຟັງລາຍງານການຄຸ້ມຄອງ ສະພາບບັນຫາດ້ານສິ່ງແວດລ້ອມ ເປັນຕົ້ນແມ່ນ: ບັນຫາການຈັດການອ່າງຮາງແຮ່ ແລະ ການຂຸດຄົ້ນຕ່າງໆ ທີ່ສົງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ-ສັງຄົມ,

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມສະພາບຜົນກະທົບດ້ານສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແຮ່ກົ່ວ ທີ່ບໍ່ແໜ່ງ-ບໍ່ໂພນຕີ້ວ. Read More »

Scroll to Top